ກົດລູກສອນທີ່ "ຄຳສີຟ້າ", ຕິດຕາມພວກເຮົາ!!


ວັນທີ 10 ມັງກອນ, ພາຍໃຕ້ການເປັນສັກຂີພະຍານຮ່ວມກັນຂອງທ່ານ ຫວາງເສີເຊີ ປະທານກຸ່ມ SAIC, ທ່ານ ເຈີງຢູ້ຊຸ່ນ ປະທານ ແລະ ຜູ້ຈັດການທົ່ວໄປ CATL ແລະ ຜູ້ນຳທ່ານອື່ນໆ, ທ່ານ ເວີ້ຢົງ ຮອງປະທານກຸ່ມ SAIC ແລະ ທ່ານ ຮານເວີ ປະທານຮ່ວມລະບົບການຕະຫຼາດ CATL ໄດ້ເຊັນສັນຍາໃນນາມສອງຝ່າຍ, ເປີດບົດໃໝ່ແຫ່ງການເພີ່ມທະວີຄວາມຮ່ວມມືຍຸດທະສາດລະຫວ່າງກຸ່ມ SAIC ແລະ CATL.

ຕາມຂໍ້ຕົກລົງ, ສອງຝ່າຍຈະຮ່ວມກັນພັດທະນາຜະລິດຕະພັນແບັດເຕີຣີພະລັງງານທີ່ເໝາະສົມກັບກຸ່ມ SAIC, ເຕັກໂນໂລຊີນະວັດຕະກຳເຊັ່ນ ແບັດເຕີຣີ Qilin ແລະ ແບັດເຕີຣີ Shenxing ຂອງ CATL ຈະຖືກນຳໃຊ້ກັບລົດ SAIC ກ່ອນ, ແລະ SAIC ຈະຖື CATL ເປັນຄູ່ຮ່ວມມືອັນດັບໜຶ່ງສຳລັບແບັດເຕີຣີພະລັງງານລົດຍົນ.



ການຮ່ວມກັນຄົ້ນຄວ້າ ແລະ ພັດທະນາແບັດເຕີຣີພະລັງງານ ເປັນພຽງ "ອາຫານເປີດຄວາມຢາກ" ຂອງການເພີ່ມທະວີຄວາມຮ່ວມມືຂອງສອງຝ່າຍ, ບໍ່ພຽງແຕ່ຢູ່ໃນຂົງເຂດແບັດເຕີຣີພະລັງງານເທົ່ານັ້ນ, ກຸ່ມ SAIC ແລະ CATL ຍັງຈະຮ່ວມມືກັນໃນຫຼາຍຂົງເຂດເຊັ່ນ: ຕະຫຼາດຫຼັງການຂາຍລົດຍົນ ແລະ ແບັດເຕີຣີ, ການຂະຫຍາຍທຸລະກິດຕ່າງປະເທດ, ການແຍກລົດອອກຈາກແບັດເຕີຣີ ແລະ ອື່ນໆ ເພື່ອຜົນປະໂຫຍດຮ່ວມກັນ.

ສະຫຼຸບຢ່າງງ່າຍໆ, ກໍ່ຄື ຄວາມຮ່ວມມືຍຸດທະສາດລະຫວ່າງກຸ່ມ SAIC ແລະ CATL ແມ່ນສ້າງຂຶ້ນໂດຍອີງໃສ່ລະບົບຕ່ອງໂສ້ທັງໝົດຂອງແບັດເຕີຣີພະລັງງານ, ພາຍໃຕ້ເງື່ອນໄຂທີ່ກຸ່ມ SAIC ກາຍເປັນຄູ່ຮ່ວມມືອັນດັບໜຶ່ງດ້ານແບັດເຕີຣີພະລັງງານລົດຍົນຂອງ CATL, ການຮ່ວມມືລະຫວ່າງສອງຍັກໃຫຍ່ຍັງຈະຄົ້ນຫາ ແລະ ເພີ່ມທະວີຄວາມຮ່ວມມືຍຸດທະສາດໃນຂົງເຂດທຸລະກິດເຊັ່ນ: ການກໍ່ສ້າງສະຖານີສາກໄຟ, ທຸລະກິດລົດມືສອງ ແລະ ການນຳໃຊ້ແບັດເຕີຣີຄືນໃໝ່ແບບຂັ້ນບັນໄດ ເປັນຕົ້ນ.



ສິ່ງທີ່ບໍ່ໄດ້ຄິດເຖິງແມ່ນວ່າ, ໃນຂໍ້ຕົກລົງຄວາມຮ່ວມມືຍຸດທະສາດສະບັບໃໝ່ນີ້, ຍັງໄດ້ກ່າວເຖິງຕະຫຼາດຕ່າງປະເທດ. ກຸ່ມ SAIC ເປັນຜູ້ບຸກເບີກຕະຫຼາດຕ່າງປະເທດຂອງລົດຍົນຈີນມາໂດຍຕະຫຼອດ, ສ່ວນ CATL ແມ່ນ "ຕົວແທນລະດັບໂລກ" ຂອງວິສາຫະກິດແບັດເຕີຣີພະລັງງານຈີນ, ໃນຂໍ້ຕົກລົງຄວາມຮ່ວມມືຍຸດທະສາດສະບັບໃໝ່, ສອງຝ່າຍຈະແບ່ງປັນຊັບພະຍາກອນດ້ານຕ່າງປະເທດທີ່ເປັນຂໍ້ໄດ້ປຽບຂອງແຕ່ລະຝ່າຍ, ຮ່ວມກັນສ້າງເຄືອຂ່າຍການບໍລິການຫຼັງການຂາຍຢູ່ຕ່າງປະເທດ, ການສະໜອງສິນຄ້າໃກ້ຄຽງຈາກຖານການຜະລິດຕ່າງປະເທດ, ເພື່ອເລັ່ງກ້າວການຂະຫຍາຍພະລັງງານໃໝ່ຂອງກຸ່ມ SAIC ຢູ່ຕ່າງປະເທດ.

ອີກຢ່າງໜຶ່ງທີ່ໜ້າສົນໃຈ, ກໍ່ຄື ສອງຝ່າຍມີແຜນຮ່ວມມືດຳເນີນທຸລະກິດແຍກລົດອອກຈາກແບັດເຕີຣີ, ກຸ່ມ SAIC ເຫັນໄດ້ຊັດເຈນວ່າໄດ້ຈັດລົດທີ່ສາມາດສະຫຼັບແບັດເຕີຣີເຂົ້າໃນຕາຕະລາງແລ້ວ, ສ່ວນ CATL ແລະ ພາກສ່ວນທີ່ກ່ຽວຂ້ອງຈະສະໜອງການບໍລິການຂາຍແບັດເຕີຣີ, ການເຊົ່າ ແລະ ການບໍລິການສະຫຼັບແບັດເຕີຣີ ສຳລັບລົດໃໝ່ທີ່ສະຫຼັບແບັດເຕີຣີໄດ້ທີ່ກຸ່ມ SAIC ຈະເປີດຕົວໃນອະນາຄົດ.



ການເພີ່ມທະວີຄວາມຮ່ວມມືຍຸດທະສາດກັບ CATL, ໃນຄວາມເປັນຈິງແລ້ວກໍ່ແມ່ນການສະແດງອອກໂດຍກົງຂອງການທີ່ກຸ່ມ SAIC ຍູ້ດັນຕື່ມອີກໃນຂົງເຂດລົດພະລັງງານໃໝ່. ໃນປີ 2024, ຍອດຂາຍລົດພະລັງງານໃໝ່ຂອງກຸ່ມ SAIC ບັນລຸ 1,234,000 ຄັນ, ເພີ່ມຂຶ້ນ 9.9% ເມື່ອທຽບກັບປີກ່ອນ, ສ້າງສະຖິຕິສູງສຸດໃໝ່ໃນປະຫວັດສາດ.

ຕໍ່ໄປ, ກຸ່ມ SAIC ບໍ່ພຽງແຕ່ຈະສືບຕໍ່ຍູ້ດັນພະລັງງານໃໝ່ໃນກຸ່ມແບຣນຂອງຕົນເອງ ລວມທັງ ຈື່ຈີ້, ຣົງເວີຟາຍຟານ, MG, ດາທົງ, ອູລິງ, ບາວຈຸ່ນ ແລະ ອື່ນໆ, ແລະ ໃນຂົງເຂດການຮ່ວມທຶນ, ຫຼັງຈາກການຕໍ່ສັນຍາຮ່ວມທຶນຂອງ SAIC Volkswagen, ລົດລຸ້ນໃໝ່ຫຼາຍກວ່າສິບລຸ້ນ ລວມທັງລົດໄຟຟ້າລ້ວນ ແລະ ລົດໄຮບຣິດເສີມ ໄດ້ເຂົ້າສູ່ໄລຍະການພັດທະນາແລ້ວ, ແລະ ລົດໄຟຟ້າອັດສະລິຍະລະດັບສູງລຸ້ນໃໝ່ທີ່ຮ່ວມມືລະຫວ່າງ SAIC ແລະ Audi ກໍ່ຈະເປີດຕົວຢ່າງເປັນທາງການໃນປີນີ້.

ຜູ້ຂຽນ: ຫຼິວອິງ LY